วิรสิทธิ์ 的个人资料A Youth in Laos照片日志列表更多 ![]() | 帮助 |
|
10月14日 ໄປທ່ຽວຕາດມູນມາໂອເຄ... ຂ້ອຍບໍ່ໄດ້ຂຽນຫຍັງຢູ່ຫນ້ານີ້ຫລາຍແລ້ວ ຂ້ອຍຄຶດວ່າຂ້ອຍຕ້ອງຂຽນຫຍັງຈັກຢ່າງລົງໄປແລ້ວ. ແລະມັນກໍຕ້ອງແມ່ນມື້ນີ້. ມື້ນີ້ຂ້ອຍຕື່ນເຊົ້າເປັນພິເສດ ເພາະຕ້ອງໄປສາມັກຄີທຳຮ່ວມກັນກັບຄະນະທຳມະກິດ ຢູ່ທີ່ສະຖານທີ່ທ່ອງທ່ຽວຂອງໄວລຸ້ນທົ່ວໆໄປທີ່ຮູ້ຈັກກັນດີໃນຊື່ "ຕາດມູນ". ເຊິ່ງກິດຈະກຳຄັ້ງນີ້ຈັດຂຶ້ນເພື່ອໃຫ້ຄະນະທຳມະກິດທັງ 3ຄຣິສຕຈັກ (ນາຄຳ, ນາໄຊ ແລະ ອານຸ) ຈະໄດ້ມີໂອກາດໂອ້ລົມມ່ວນຊື່ນ ແລະ ຮ່ວມພົບປະກິນເຂົ້າສາມັກຄີຮ່ວມກັນ. ເລີ່ມອອກເດີນທາງ 8ໂມງເຊົ້າ ແຕ່ວ່າລົດອອກແທ້ໆຫັ້ນ ກໍລືມແລ້ວວ່າຈັກໂມງ. ທີ່ຈິງແລ້ວ ຂ້ອຍຂຶ້ນລົດບໍ່ທັນເພິ່ນ ເພາະຂ້ອຍມົວແຕ່ຫລິ້ນຄອມພິວເຕີ້ ກັບສົ່ງຂໍ້ຄວາມຫາໝູ່ ອີກທັງຍັງຟັງເພງໄປພ້ອມ, ກະເລີຍເຮັດໃຫ້ຂ້ອຍ ຂຶ້ນລົດນຳເພິ່ນບໍ່ທັນ(ຊະງັ້ນ)5555 ແຕ່ນັ້ນກໍໜ້າຈະເປັນແຜນການຂອງພຣະເຈົ້າ ເພາະລົດຂອງ ສຈ.ໂປໂລ ກໍຫາກໍມາຮອດໃນຕອນນັ້ນພໍດີກັບເວລາທີ່ຂ້ອຍຮູ້ວ່າ ຂ້ອຍບໍ່ທັນລົດ. ພໍດີ ເພິ່ນກໍເລີຍຖາມຂ້ອຍວ່າ ຂ້ອຍຊິໄປນຳເພິ່ນບໍ? ຂ້ອຍກໍເລີຍຕອບວ່າ "ໄປ" ຢ່າງຟ້າວຟັ່ງ, ອີກຢ່າງ ກໍດີທີ່ພວງມະໄລ ລາວກໍຫາກໍກັບມາແຕ່ໂຮງຮຽນ, ເພິ່ນເວົ້າວ່າໂຮງຮຽນບໍ່ໄດ້ເຂົ້າ ເຮົາກໍເລີຍໄດ້ນັ່ງລົດໄປກັບ ສຈ. ໂປໂລ ຮ່ວມກັນ. ພໍໄປໃກ້ຈະຮອດຈຸດໝາຍ ສຈ. ໂປໂລ ກໍຮູ້ເມື່ອວ່າ ລືມ ບໍ່ໄດ້ຊື້ອາຫານໄປກິນນຳ, ຂ້ອຍກໍເລີຍເວົ້າກັບເພິ່ນວ່າ ຢູ່ບ່ອນທີ່ເຮົາຈະໄປນັ້ນກໍມີອາຫານຂາຍ ໄປຊື້ເອົາທາງໜ້າກໍໄດ້... ກໍເລີຍວ່າໄດ້ໄປຕໍ່ຈົນຮອດບ່ອນຈຸດໝາຍ, ແລະ ເຮົາກໍພົບວ່າ ລົດຂອງ ສຈ. ດຣ. ຄຳພອນ ກໍຫາກໍໄປຮອດບໍ່ຫຼຸດລື່ນກັນປານ ໃດ ເພາະເພິ່ນຂີ່ລົດກາຍຮ່ອມເຂົ້າໄປໄກເຕີບ. ກໍເລີຍຮອດພ້ອມດຽວກັນກັບລົດຂອງ ສຈ. ໂປໂລ. ພໍໄປຮອດກໍພົບວ່າ ມີພຽງແຕ່ ຄະນະທຳມະກິດໂບດນາຄຳເທົ່ານັ້ນທີ່ໄປຮອດ ສ່ວນອີກສອງຄຣິສຕະຈັກນັ້ນ ຍັງມາບໍ່ເຖິງ ແຕ່ແລ້ວ ຜ່ານໄປເກືອບຮອດ ຊົ່ວໂມງ (ຄິດວ່າ) ທັງສອງຄຣິສຕະຈັກກໍມາຮອດ ແລ້ວພວກເຮົາກໍເລີ່ມລາຍການຕ່າງໆ. ຂ້ອຍມັກຊ່ວງທີ່ ສຈ. ດຣ. ແບ່ງປັນຫຼາຍ, ເຊິ່ງບົດແບ່ງປັນຂອງເພິ່ນນັ້ນເວົ້າກ່ຽວກັບເລື່ອງຄວາມເຊື່ອ. ທີ່ຈິງມັນກໍເປັນເລື່ອງທີ່ເພິ່ນເຄີຍແບ່ງປັນຢູ່ເລື້ອຍໆ ແຕ່ວ່າຮູ້ສິກວ່າມື້ນີ້ ມັນຈະສຳພັດກັບຂ້ອຍເປັນພິເສດ ບໍ່ຮູ້ວ່າເປັນຫຍັງ. ສິ່ງທີ່ຂ້ອຍໄດ້ຮັບຄື ຖ້າເຮົາມີຄວາມເຊື່ອ ເຮົາກໍຕ້ອງມີການອົດທົນ, ມັນບໍ່ພຽງແຕ່ເຊື່ອລະລ້າເທົ່ານັ້ນ ແຕ່ເຈົ້າຕ້ອງມີຄວາມອົດທົນໄປພ້ອມ ເພື່ອວ່າຄວາມເຊື່ອຂອງພວກເຮົາຈິ່ງຈະເກີດຜົນ. ຂ້ອຍຄິດວ່າ ພຣະເຈົ້າຄົງຈະຢາກໃຫ້ຂ້ອຍຮຽນຮູ້ກ່ຽວກັບເລື່ອງນີ້ຫຼາຍຂຶ້ນ. ຂອບພຣະຄຸນພຣະເຈົ້າ. ແລະແລ້ວເວລາທີ່ຂ້ອຍຄຶດກໍມາເຖິງ, ຄື ສຈ. ຄຳແດງ ໄດ້ນຳເອົາເກມ (ທີ່ຂ້ອຍຄຶດວ່າໄວ້ສຳລັບເດັກນ້ອຍຫຼິ້ນຫຼາຍກວ່າ) ມາໃຫ້ບັນດາຜູ້ປົກຄອງ ແລະ ຜູ້ດູແລທັງຫຼາຍໄດ້ຫຼິ້ນນຳກັນຢ່າງມ່ວນຊື່ນ. ແລະສຸດທ້າຍກໍໄດ້ມີການກິນເຂົ້າຮ່ວມກັນ ແລະ ຫຼິ້ນນຳຮ່ວມກັນ ບາງຄົນບໍ່ຢາກຫຼິ້ນ ກໍນັ່ງເບິ່ງ, ບາງຄົນ(ອ້າຍຕີ໋ນ້ອຍ)ກໍຊ່ວຍເບິ່ງແຍງເດັກນ້ອຍ ໃຫ້ພວກບັນດາພໍ່ແມ່ທີ່ບໍ່ຢາກລົງນ້ຳ. ຂ້ອຍກໍບໍ່ໄດ້ຫຼິ້ນຫຼາຍ ເພາະຂ້ອຍບໍ່ຢາກປຽກ, ເພາະຕ້ອງໄດ້ຂຶ້ນລົດກັບ ກັບສຈ. ໂປໂລ, ຢ້ານລົດເພິ່ນເປື້ອນ. ໃນທີ່ສຸດພວກເຮົາກໍຕົກລົງກັນ ເລີກລາຈາກທີ່ນັ້ນ ໃນເວລາ 3ໂມງແລງ ພໍປະມານ. ແລ້ວຂ້ອຍກໍມາເຖິງໂບດເປັນລົດຄັນທຳອີດ ເພາະສຈ. ໂປໂລ ໃຊ້ທາງລັດກັບມາ ທັງຍັງຂັບລົດຂ້ອນຂ້າງໄວ້ອີກ. ພໍມາເຖິງຂ້ອຍກໍຕັ້ງໃຈວ່າຈະມາຂຽນບອກເລື່ອງລາວໃຫ້ກັບພວກພີ່ນ້ອງທີ່ຕິດຕາມເບິ່ງໜ້າເວັບນີ້ຂອງຂ້ອຍ, ຊຶ່ງ ຂ້ອຍກໍຢາກຂອບພຣະຄຸນພຣະເຈົ້າ ໃນ ທຸກສິ່ງທີ່ຜ່ານມາ. ຂອບພຣະຄຸນພຣະເຈົ້າ ຂໍພຣະເຈົ້າອວຍພອນ 引用通告此日志的引用通告 URL 是: http://sithg.spaces.live.com/blog/cns!BFBFC1FD55FA51AA!1437.trak 引用此项的网络日志
|
|
|