Profil de วิรสิทธิ์A Youth in LaosPhotosBlogListesPlus ![]() | Aide |
|
|
9 août ບໍ່ມີຫຍັງຫລາຍ ພຽງຢາກບອກວ່າ “ເດີນທາງປອດໄພເດີ້”ກໍ ເປັນອີກມື້ໜຶ່ງ ທີໄດ້ໄປສະໜາມບິນ, ມີຄົນບອກວ່າ ງານລ້ຽງຕ້ອງມີມື້ເລີກລາ...ແລະການຈາກລາກໍເປັນເລື່ອງທຳມະດາ...ຫລາຍໆເທື່ອທີ່ຕົວເອງໄປສະໜາມບິນ ຈະຮູ້ສຶກດີໃຈຫລາຍກວ່າເສົ້າໃຈ...ເພາະຢ່າງນ້ອຍ ຄົນທີ່ເຮົາຕັ້ງໃຈຈະໄປຮັບ ຫລືວ່າຄົນທີ່ເຮົາຕັ້ງໃຈຊິໄປສົ່ງນັ້ນ ເຂົາກໍເດີນທາງມາດ້ວຍຄວາມປອດໄພ ແລະ ຈາກໄປໂດຍສະວັດດີພາບ... ແຕ່ເທື່ອນີ້ຢາກຕ່າງກ່ອນເກົ່າໜ້ອຍໜຶ່ງ, ເພາະວ່າ ຄົນທີ່ເຮົາສະໜິດຢູ່ຄົນໜຶ່ງ ຊຶ່ງກໍຢູ່ໃນທີມຕົ້ນສຽງຈະຈາກໄປຮັບໃຊ້ຢູ່ອີກທະວີບໜຶ່ງ...ລາວເປັນອ້າຍອີກຄົນໜຶ່ງທີ່ຄິດວ່າຕົນເອງສະໜິດຫລາຍຢູ່...ແຕ່ກໍດີແລ້ວທີ່ລາວໄດ້ມີໂອກາດອອກໄປເຜີຍແຜ່ການຮັບໃຊ້ຂອງຄຣິສຕຽນຢູ່ປະເທດລາວ. ອາກາດມື້ນີ້ກໍຊ່າງເປັນໃຈໃຫ້ຄິດຮອດ...ເພາະມັນບໍ່ມີແດດ ມີແຕ່ເຝື້ອ...ເວົ້າແລ້ວກໍຢາກໄຫ້...ແຕ່ກໍດີແລ້ວລະ....ໄວ້ເຮົາຄ່ອຍພົບກັນໃນຄຳອະທິຖານເດີ້....
ພຣະເຈົ້າອວຍພອນເດີ້
ຕັ້ງໃຈຮັບໃຊ້ພຣະເຈົ້າເດີ້...ສູ້ໆ 20 juin ບອກເລົ່າເລື່ອງລາວ....ສະບາຍດີ ໝູ່ເພື່ອນທຸກຄົນໃນອົງພຣະເຢຊູຄຣິດ!
ກໍເປັນອີກຄັ້ງຫນຶ່ງ ທີ່ຂ້ອຍໄດ້ມີໂອກາດ ຫລືເວົ້າໄດ້ວ່າ ມີເວລາພຽງພໍທີ່ຈະຂຽນຂໍ້ຄວາມຕ່າງໆເຫລົ່ານີ້ເພີ່ມຂຶ້ນ. ຂ້ອຍກໍບໍ່ມີເລື່ອງເລົ່າໃຫ້ຟັງຫລາຍພໍປານໃດດອກ ແຕ່ກໍຢາກຈະຂຽນບາງຢ່າງໄວ້ແນ່ ເພາະວ່າບໍ່ໄດ້ຂຽນມັນມາດົນແລ້ວ. ທີ່ຈິງ ຕອນນີ້ຂ້ອຍກໍໄດ້ເສັງຈົບຢູ່ມຊ ຫລາຍມື້ເຕີບແລ້ວ, ສະນັ້ນ ຂ້ອຍກໍເລີຍບໍ່ໄດ້ໄປໂຮງຮຽນໃນຕອນສວຍ. ຂ້ອຍກໍເລີຍມານັ່ງຫລິ້ນຢູ່ໂບດ ແລະ ໃຊ້ອິນເຕີເນັດຟຣີນຳ(555) ຂ້ອຍມັກຈະອ້າງວ່າຂ້ອຍມີວຽກຫລາຍ ຕົວຈິງແລ້ວ ຂ້ອຍກໍມີວຽກຫລາຍແທ້ ແຕ່ວ່າຂ້ອຍເປັນຄົນຂີ້ຄ້ານຫລາຍ ເຖິງຫລາຍທີ່ສຸດ. ເຖິງຢ່າງໃດກໍຕາມ ຂ້ອຍກໍຕ້ອງເຮັດວຽກທີ່ຮັບມາໃຫ້ມັນຫລ້ອນຫນ້າທີ່. ອີກບໍ່ດົນ ໂບດນາຄຳ ກໍຈະມີການນະມັດສະການ ເພີ່ມຂຶ້ນເປັນສອງຮອບແລ້ວ. ເຖິງມີນັ້ນ ມັນກະຄືສິມີສິ່ງໃຫ້ເຮັດຫລາຍຂຶ້ນ, ແຕ່ຂ້ອຍກໍຍັງລໍຄອຍມື້ນັ້ນຢູ່ດີ. 17 mai So TiredLong time, i didn't write anything more. somehow though i'm not good at English enough, i will try. today i was really tired. i got up at 7 am and there was a spiritual lesson for leader in my church this moring, so as i'm responsible for preparing songs and putting the lesson up to the projetor, i had to be an early bird. in fact, i have to be everyday, but it's special today.
the lesson was very long. mostly we would take only in the morning, but today lasted until 3pm. ah.... so long... but i also learnt a lot from the pastor, Rev. Dr. Khamphone Kounthapanya. we also practiced worshiping for tomorrow (Sunday). it didn't take long time 'cos the song was quite simple. then, i had to take the English class, actually it's the cell group in English by Mr. Henry Yep from Malaysia. it's the last class which we took... so sad. I learnt a lot from him. Have you guys seen "Facing Giant" movie? it's very nice christian movie. i don't know how to explain, but i think you should see it once and you'll never forget it. it made me cried and so did my family members and my friends. not because only the plot, but also the bible study which contants in this movie, it's very nice lesson... You MUST see it.
well, i don't know what to write more.... i will try next time...
God bless you...
|
|
|