Profil de วิรสิทธิ์A Youth in LaosPhotosBlogListesPlus Outils Aide

Blog


14 octobre

ໄປທ່ຽວຕາດມູນມາ

ໂອເຄ... ຂ້ອຍບໍ່ໄດ້ຂຽນຫຍັງຢູ່ຫນ້ານີ້ຫລາຍແລ້ວ ຂ້ອຍຄຶດວ່າຂ້ອຍຕ້ອງຂຽນຫຍັງຈັກຢ່າງລົງໄປແລ້ວ. ແລະມັນກໍຕ້ອງແມ່ນມື້ນີ້.

ມື້ນີ້ຂ້ອຍຕື່ນເຊົ້າເປັນພິເສດ ເພາະຕ້ອງໄປສາມັກຄີທຳຮ່ວມກັນກັບຄະນະທຳມະກິດ ຢູ່ທີ່ສະຖານທີ່ທ່ອງທ່ຽວຂອງໄວລຸ້ນທົ່ວໆໄປທີ່ຮູ້ຈັກກັນດີໃນຊື່ "ຕາດມູນ". ເຊິ່ງກິດຈະກຳຄັ້ງນີ້ຈັດຂຶ້ນເພື່ອໃຫ້ຄະນະທຳມະກິດທັງ 3ຄຣິສຕຈັກ (ນາຄຳ, ນາໄຊ ແລະ ອານຸ) ຈະໄດ້ມີໂອກາດໂອ້ລົມມ່ວນຊື່ນ ແລະ ຮ່ວມພົບປະກິນເຂົ້າສາມັກຄີຮ່ວມກັນ. ເລີ່ມອອກເດີນທາງ 8ໂມງເຊົ້າ ແຕ່ວ່າລົດອອກແທ້ໆຫັ້ນ ກໍລືມແລ້ວວ່າຈັກໂມງ. ທີ່ຈິງແລ້ວ ຂ້ອຍຂຶ້ນລົດບໍ່ທັນເພິ່ນ ເພາະຂ້ອຍມົວແຕ່ຫລິ້ນຄອມພິວເຕີ້ ກັບສົ່ງຂໍ້ຄວາມຫາໝູ່ ອີກທັງຍັງຟັງເພງໄປພ້ອມ, ກະເລີຍເຮັດໃຫ້ຂ້ອຍ ຂຶ້ນລົດນຳເພິ່ນບໍ່ທັນ(ຊະງັ້ນ)5555

ແຕ່ນັ້ນກໍໜ້າຈະເປັນແຜນການຂອງພຣະເຈົ້າ ເພາະລົດຂອງ ສຈ.ໂປໂລ ກໍຫາກໍມາຮອດໃນຕອນນັ້ນພໍດີກັບເວລາທີ່ຂ້ອຍຮູ້ວ່າ ຂ້ອຍບໍ່ທັນລົດ. ພໍດີ ເພິ່ນກໍເລີຍຖາມຂ້ອຍວ່າ ຂ້ອຍຊິໄປນຳເພິ່ນບໍ? ຂ້ອຍກໍເລີຍຕອບວ່າ "ໄປ" ຢ່າງຟ້າວຟັ່ງ, ອີກຢ່າງ ກໍດີທີ່ພວງມະໄລ ລາວກໍຫາກໍກັບມາແຕ່ໂຮງຮຽນ, ເພິ່ນເວົ້າວ່າໂຮງຮຽນບໍ່ໄດ້ເຂົ້າ ເຮົາກໍເລີຍໄດ້ນັ່ງລົດໄປກັບ ສຈ. ໂປໂລ ຮ່ວມກັນ.

ພໍໄປໃກ້ຈະຮອດຈຸດໝາຍ ສຈ. ໂປໂລ ກໍຮູ້ເມື່ອວ່າ ລືມ ບໍ່ໄດ້ຊື້ອາຫານໄປກິນນຳ, ຂ້ອຍກໍເລີຍເວົ້າກັບເພິ່ນວ່າ ຢູ່ບ່ອນທີ່ເຮົາຈະໄປນັ້ນກໍມີອາຫານຂາຍ ໄປຊື້ເອົາທາງໜ້າກໍໄດ້... ກໍເລີຍວ່າໄດ້ໄປຕໍ່ຈົນຮອດບ່ອນຈຸດໝາຍ, ແລະ ເຮົາກໍພົບວ່າ ລົດຂອງ ສຈ. ດຣ. ຄຳພອນ ກໍຫາກໍໄປຮອດບໍ່ຫຼຸດລື່ນກັນປານ ໃດ ເພາະເພິ່ນຂີ່ລົດກາຍຮ່ອມເຂົ້າໄປໄກເຕີບ. ກໍເລີຍຮອດພ້ອມດຽວກັນກັບລົດຂອງ ສຈ. ໂປໂລ.

ພໍໄປຮອດກໍພົບວ່າ ມີພຽງແຕ່ ຄະນະທຳມະກິດໂບດນາຄຳເທົ່ານັ້ນທີ່ໄປຮອດ ສ່ວນອີກສອງຄຣິສຕະຈັກນັ້ນ ຍັງມາບໍ່ເຖິງ ແຕ່ແລ້ວ ຜ່ານໄປເກືອບຮອດ ຊົ່ວໂມງ (ຄິດວ່າ) ທັງສອງຄຣິສຕະຈັກກໍມາຮອດ ແລ້ວພວກເຮົາກໍເລີ່ມລາຍການຕ່າງໆ.

ຂ້ອຍມັກຊ່ວງທີ່ ສຈ. ດຣ. ແບ່ງປັນຫຼາຍ, ເຊິ່ງບົດແບ່ງປັນຂອງເພິ່ນນັ້ນເວົ້າກ່ຽວກັບເລື່ອງຄວາມເຊື່ອ. ທີ່ຈິງມັນກໍເປັນເລື່ອງທີ່ເພິ່ນເຄີຍແບ່ງປັນຢູ່ເລື້ອຍໆ ແຕ່ວ່າຮູ້ສິກວ່າມື້ນີ້ ມັນຈະສຳພັດກັບຂ້ອຍເປັນພິເສດ ບໍ່ຮູ້ວ່າເປັນຫຍັງ. ສິ່ງທີ່ຂ້ອຍໄດ້ຮັບຄື ຖ້າເຮົາມີຄວາມເຊື່ອ ເຮົາກໍຕ້ອງມີການອົດທົນ, ມັນບໍ່ພຽງແຕ່ເຊື່ອລະລ້າເທົ່ານັ້ນ ແຕ່ເຈົ້າຕ້ອງມີຄວາມອົດທົນໄປພ້ອມ ເພື່ອວ່າຄວາມເຊື່ອຂອງພວກເຮົາຈິ່ງຈະເກີດຜົນ. ຂ້ອຍຄິດວ່າ ພຣະເຈົ້າຄົງຈະຢາກໃຫ້ຂ້ອຍຮຽນຮູ້ກ່ຽວກັບເລື່ອງນີ້ຫຼາຍຂຶ້ນ. ຂອບພຣະຄຸນພຣະເຈົ້າ.

ແລະແລ້ວເວລາທີ່ຂ້ອຍຄຶດກໍມາເຖິງ, ຄື ສຈ. ຄຳແດງ ໄດ້ນຳເອົາເກມ (ທີ່ຂ້ອຍຄຶດວ່າໄວ້ສຳລັບເດັກນ້ອຍຫຼິ້ນຫຼາຍກວ່າ) ມາໃຫ້ບັນດາຜູ້ປົກຄອງ ແລະ ຜູ້ດູແລທັງຫຼາຍໄດ້ຫຼິ້ນນຳກັນຢ່າງມ່ວນຊື່ນ. ແລະສຸດທ້າຍກໍໄດ້ມີການກິນເຂົ້າຮ່ວມກັນ ແລະ ຫຼິ້ນນຳຮ່ວມກັນ ບາງຄົນບໍ່ຢາກຫຼິ້ນ ກໍນັ່ງເບິ່ງ, ບາງຄົນ(ອ້າຍຕີ໋ນ້ອຍ)ກໍຊ່ວຍເບິ່ງແຍງເດັກນ້ອຍ ໃຫ້ພວກບັນດາພໍ່ແມ່ທີ່ບໍ່ຢາກລົງນ້ຳ. ຂ້ອຍກໍບໍ່ໄດ້ຫຼິ້ນຫຼາຍ ເພາະຂ້ອຍບໍ່ຢາກປຽກ, ເພາະຕ້ອງໄດ້ຂຶ້ນລົດກັບ ກັບສຈ. ໂປໂລ, ຢ້ານລົດເພິ່ນເປື້ອນ.

ໃນທີ່ສຸດພວກເຮົາກໍຕົກລົງກັນ ເລີກລາຈາກທີ່ນັ້ນ ໃນເວລາ 3ໂມງແລງ ພໍປະມານ. ແລ້ວຂ້ອຍກໍມາເຖິງໂບດເປັນລົດຄັນທຳອີດ ເພາະສຈ. ໂປໂລ ໃຊ້ທາງລັດກັບມາ ທັງຍັງຂັບລົດຂ້ອນຂ້າງໄວ້ອີກ.

ພໍມາເຖິງຂ້ອຍກໍຕັ້ງໃຈວ່າຈະມາຂຽນບອກເລື່ອງລາວໃຫ້ກັບພວກພີ່ນ້ອງທີ່ຕິດຕາມເບິ່ງໜ້າເວັບນີ້ຂອງຂ້ອຍ, ຊຶ່ງ ຂ້ອຍກໍຢາກຂອບພຣະຄຸນພຣະເຈົ້າ ໃນ ທຸກສິ່ງທີ່ຜ່ານມາ.

ຂອບພຣະຄຸນພຣະເຈົ້າ
ຂໍພຣະເຈົ້າອວຍພອນ
11 août

ຢາກເວົ້າວ່າເມື່ອຍ....ເດ້!!!!!!!

ຮູ້ສຶກວ່າ ນັບມື້ນັບມີວຽກຫລາຍຂຶ້ນ, ທີ່ຈິງແລ້ວ ຍັງບໍ່ຮູ້ເລີຍວ່າສິຂຽນບົດກ່ຽວກັບຫຍັງ ທັ້ງໆທີ່ເຮົາຫນ້າຈະຂຽນແລ້ວໆ ເພື່ອເອົາໄປໃຫ້ອາຈານກວດແກ້ ແຕ່ວ່າຕອນນີ້ກໍຍັງບໍທັນມີຮອດຫົວບົດເລີຍ ພຣະເຈົ້າເອີ້ຍ...ເປັນຫຍັງລູກຄືຂີ້ຄ້ານຫລາຍປານນີ້...เศร้า ເອົາລະ ເຮົາຈະຕ້ອງໄປເອົາຫົວບົດມາໃຫ້ໄດ້ໃນອາທິດຈະມານີ້.. ຕອນນີ້ຮູ້ສຶກວ່າ ໃນເດືອນນີ້ ເປັນເດືອນແຫ່ງພຣະພອນຫລາຍ...ເພາະວ່າມີງານຢູ່ຕະຫລອດ...ດຽວສິຈັດລາຍການລົງໄປໃຫ້ເບິ່ງເດີ້...
 
1. ໃນອາທິດນີ້ ຕັ້ງແຕ່ວັນທີ 11-15/08 ຈະມີອາສາສະໝັກຈາກຕ່າງປະເທດມາສອນພາສາອັງກິດໃຫ້...ຄິດວ່າຕົວເອງຫ່າງຈາກການຝຶກພາສາມາດົນແລ້ວ ກະເລີຍຕັ້ງໃຈສິໄປລຶ້ມຄືນກ່ອນ...ຕົວເອງກະຍັງໄດ້ຖືກຕັ້ງໃຫ້ເປັນຄະນະຫ້ອງອີກໃດ໋ຫັ້ນ 555 ຈັກສິໄດ້ດີປານໃດ... ແຕ່ຈັ່ງໃດໂຕເອງກະບໍ່ໄດ້ຢູ່ມື້ສຸດທ້າຍດອກ...ດຽວເບິ່ງລາຍການຕໍ່ໄປລະຈິ່ງສິຮູ້ ວ່າເປັນຫຍັງ...
 
2. ໃນວັນທີ 15-16/08 ນີ້ ກໍຈະມີງານຄ້າຍຫລານນ້ອຍອີກ. ທີ່ຈິງບອກໄດ້ເລີຍວ່າ ໂຕເອງບໍ່ໄດ້ເປັນຄູຫລານນ້ອຍດອກ...ແຕ່ວ່າຄູຜູ້ຊາຍບໍ່ມີ ເຂົາກໍເລີຍມາຫາໃຫ້ຊ່ວຍ, ບວກກັບໂຕເອງກະຄິດວ່າ “ຕອນນີ້ຍັງບໍ່ມີວຽກເຮັດເທື່ອ” ທັ້ງທີ່ຈິງ ວຽກມັນກະມີຫລາຍຫັ້ນແຫລະ, ຫາກບໍ່ຢາກເຮັດຊື່ໆ. ເວົ້າໄປເວົ້າມາກະບໍ່ມົ້ມເລື່ອງບົດຈົບຊັ້ນ 555. ງານຄັ້ງນີ້ກໍຄິດວ່າເປັນແຜນການຂອງພຣະເຈົ້າແນ່ນອນ ທີ່ໃຫ້ເຮົາມີສ່ວນ. ຄິດວ່າພຣະເຈົ້າຄືສິຢາກບອກຫຍັງຈັກຢ່າງໂດຍຜ່ານງານຄ້າຍຫລານນ້ອຍນີ້. ມື້ນີ້ກໍມີການແບ່ງວຽກ...ດີໃຈທີ່ໄດ້ມີໂອກາດຊ່ວຍງານຄັ້ງນີ້ນຳ....ຂໍພຣະເຈົ້າຊ່ວຍໃຫ້ເຮັດລ້ອນຫັ້ນແຫລະ ສິດເອີ້ຍ....!!!!
3. ຫນ້າເສີຍດາຍທີ່ ວັນທີ 15 ເປັນມື້ທີ່ມີງານຕຳກັນຫລາຍເອົາແທະໆ. ນອກຈາກຈະເປັນມື້ສຸດທ້າຍຂອງການຮຽນພາສາ ທີ່ໂຕເອງສິບໍ່ໄດ້ຢູ່ນຳ ເພາະຕ້ອງມາງານເປີດຄ້າຍໃນມື້ນັ້ນ...ໃນຕອນແລງຂອງມື້ດຽວກັນນີ້ເອງ...ກໍຍັງເປັນມື້ທີ່ໜ່ວຍງານກິລາຄົນໜຸ່ມຮ່ວມກັບໜ່ວຍງານນຳວິນຍານ ໄດ້ຈັດງານປະກາດກັບພວກນັກກິລາ ທີ່ເຄີຍຫລິ້ນກິລາຮ່ວມກັນໃນຄັ້ງຜ່ານໆມາ. ທີ່ຈິງໂຕເອງກະຢາກໄປຮ່ວມງານນີ້ຫລາຍ...............ຈົນພະຍາຍາມກ່ອມໃຫ້ປະທານຄົນໜຸ່ມເລື່ອນງານນີ້ອອກໄປ...ແຕ່ກະບໍ່ສຳເລັດ... ແຕ່ກໍຄິດວ່າບໍ່ເປັນຫຍັງດອກ ເພາະຕ້ອງຄິດວ່ານີ້ເປັນແຜນການຂອງພຣະເຈົ້າສຳລັບເຮົາເອງ. ເວົ້າມາແລ້ວກໍເສຍດາຍ...
4. ລືມບອກໄປອີກຢ່າງໜຶ່ງ, ໃນອາທິດນີ້ ກະຄື 11-16/08 ນີ້ແຫລະ, ໜ່ວຍງານກອງທຶນກໍໄດ້ຈັດກິດຈະກຳເພື່ອຫາລາຍໄດ້ສົມທົບທຶນເຂົ້າໃນການອົບຮົມຜູ້ນຳທົ່ວປະເທດຄັ້ງທຳອິດນີ້ອີກ. ຊຶ່ງອາທິດນີ້ກໍເປັນອາທິດທຳອິດທີ່ໄດ້ຈັດຂຶ້ນ ແລະ ກໍໄດ້ແບ່ງໜ່ວຍສາມັກຄີທຳອອກເປັນ 4ໜ່ວຍ, ເຊິ່ງໜ່ວຍ 1,3,5 ກໍເຂົ້າເປັນໜ່ວຍດຽວກັນ ແລະກໍເປັນຫນ່ວຍທຳອິດທີ່ເຮັດກິດຈະກຳດັ່ງກ່າວ. ແລະໂຕເອງກໍຈະຕ້ອງໄດ້ມີສ່ວນໃນງານນີ້ເຊັ່ນກັນ,ເພາະເປັນທີ່ປຶກສາຂອງໜ່ວຍ5. ມື້ອື່ນນີ້ກໍຈະຕ້ອງໄດ້ອອກຕະຫລາດໄປຊື້ເຄື່ອງກັບພີ່ນ້ອງແລ້ວ. ເວົ້າມາແລ້ວກະເມື່ອຍກ່ອນລະ 555.
 
ໂອ້ຍ...ພໍກ່ອນ ດຽວພີ່ນ້ອງອ່ານແລ້ວສິເມື່ອຍໄປນຳ ເອົາເປັນວ່າ ໃນອາທິດນີ້ ງານຊຸມ...5555ยิ้มแฉ่ง ຈັ່ງໃດຂ້ານ້ອຍກໍຍັງຕ້ອງການກຳລັງໃຈ ແລະຄຳອະຖານເພື່ອຈາກພີ່ນ້ອງຢູ່ເດີ້.... ມື້ນີ້ເມື່ອຍ ຢາກນອນແລ້ວໄວ້ມື້ຫນ້າຈະມາຂຽນຕື່ມໃນວຽກທີ່ຕ້ອງເຮັດໃນເດືອນ....ນີ້ໃຫ້ຟັງອີກ...
 
ໄປລະ ບ່າຍ....
ພຣະເຈົ້າອວຍພອນເດີ້....................
 
29 juillet

ບອກເລົ່າເລື່ອງລາວ...

ສະບາຍດີ ເພື່ອນໆທຸກໆຄົນທີ່ຕິດຕາມຂ່າວຄາວຂອງຄຣິສຕຽນໃນ ສປປ ລາວ.
 
ເຫລືອອີກບໍ່ເທົ່າໃດ ກໍຈະສິ້ນເດືອນກໍລະກົດແລ້ວ, ຫລາຍສິ່ງໄດ້ຜ່ານເຂົ້າມາ ມີທັງສິ່ງທີ່ເຮັດໃຫ້ເສີຍໃຈ ແລະ ສິ່ງທີ່ເຮັດໃຫ້ດີໃຈ. ເຖິງຢ່າງໃດກໍຕາມ ຂ້າພະເຈົ້າກໍຍັງຈະຮັກແລະສັນລະເສີນພຣະອົງຢູ່ສະເໝີໄປ.
 
ມື້ນີ້ກໍເລີຍຄິດວ່າ ຢາກເຂົ້າມາຂຽນສິ່ງໃດສິ່ງໜຶ່ງ ເພື່ອບອກເລື່ອງລາວໃຫ້ແກ່ພີ່ນ້ອງໄດ້ຮັບຮູ້...
ໜຶ່ງເດືອນທີ່ຜ່ານກໍເຊັ່ນເຄີຍ ບໍ່ມີຫຍັງປ່ຽນແປງສຳລັບການຂຽນບົດຈົບຊັ້ນ, ເປັນຍ້ອນຄວາມຂີ້ຄ້ານໄດ້ບົດບັງຄວາມດຸໝັ່ນຂອງຂ້ານ້ອຍໄປໝົດລະຕິເບາະ... ເຖິງຢ່າງໃດຂ້ານ້ອຍກໍຈະພະຍາຍາມໃຫ້ມັນແລ້ວ...ຂໍຝາກເປັນຄຳອະທິຖານໃຫ້ກັບບັນດາຜູ້ທີ່ອ່ານນີ້ດ້ວຍ.
ບັນດາໜ່ວຍງານຕ່າງໆຂອງຄົນຫນຸ່ມກໍເຄື່ອນໄຫວໄປໄດ້ດ້ວຍດີ ເພາະການຊົງນຳພາຂອງອົງພຣະວິນຍານບໍລິສຸດເຈົ້າ, ແຕ່ກໍຍັງມີບາງຫນ່ວຍງານ ຄື ຫນ່ວຍງານພຣະຄຳພີນີ້ເອງ(ໜ່ວຍງານຂອງຜູ້ກ່ຽວນີ້ເອງ) ເຊິ່ງຍັງບໍ່ໄປບໍ່ມາ...ເພາະຫົວຫນ້າຫນ່ວຍງານຕິດສະຫນິດກັບພຣະຄຳພີຫລາຍໂພດ... ກາງເດືອນທີ່ຜ່ານມາກໍໄດ້ມີການໄປສຳມະນາກ່ຽວກັບການນະມັດສະການຢູ່ທີ່ຈັງຫວັດຫນອງຄາຍ, ປະເທດໄທ. ທີ່ຈິງຕົວຂ້າພຣະເຈົ້າເອງບໍ່ໄດ້ຖືກເລືອກໄປກັບທີມດອກ ແຕ່ໄປກັບອາຈານໃຫຍ່ປະຈຳຄຣິສຕະຈັກ, ເວົ້າງ່າຍໆກະຄື "ຫລິ້ນເສັ້ນ" ຫັ້ນແຫລະยิ้มแฉ่ง. ຖ້າຊິໃຫ້ເວົ້າເລື່ອງຄວາມຮູ້ສຶກຕໍ່ກັບງານສຳມະນາຄັ້ງນີ້ແລ້ວ...ບອກຍາກຫນ້ອຍຫນຶ່ງ ເພາະຄວາມຮູ້ສຶກມັນມີຫລາຍໆດ້ານ...ເອົາເປັນວ່າ ບໍ່ຂໍເວົ້າເລື່ອງນີ້ຫລາຍ ແຕ່ກໍຂໍຂອບພຣະຄຸນພຣະເຈົ້າທີ່ຈັດຕຽມທຸກສິ່ງທຸກຢ່າງ.
ກັບມາຈາກງານຄັ້ງນີ້ ກໍມີກິດຈະກຳພິເສດ ຂອງໜ່ວຍງານນະມັດສະການ, ເຊິ່ງກໍສ້າງບັນຍາກາດໃນການນະມັດສະການຫລາຍ. ອາທິດນັ້ນເປັນອາທິດທີ່ຂໍບອກວ່າເມື່ອຍຫລາຍ...กลอกตาไปมาແຕ່ກໍຍັງຂອບພຣະຄຸນພຣະເຈົ້າເຊັ່ນເຄີຍ.
ເລີ່ມອາທິດໃໝ່ຕໍ່ມາ ມີການສຳມະນາກ່ຽວກັບການເປັນຜູ້ນຳ ເຊິ່ງມີພີ່ນ້ອງເກົາຫລີ ທີ່ມາຈາກສະຫະລັດອາເມລິກາ, ສາມມື້ເຕັມໆກັບການອົບຮົມ...ເມື່ອຍຕາມເຄີຍ ແຕ່ກະມີຄວາມສຸກ ເພາະໄດ້ຮູ້ຈັກເພື່ອນໃໝ່ໆຫລາຍຂຶ້ນງ. ຟັງແລ້ວເປັນຈັ່ງໃດແນ່...สงสัย
ຍັງບໍ່ຫມົດເລື່ອງຢາກເວົ້າ, ທ້າຍເດືອນທີ່ຜ່ານມາ ກໍຍັງມີພິທີບັບຕິສມາ ໃນວັນທີ 26/7 ເຖິງວ່າຈະມີຄົນທີ່ຕັດສິນໃຈຫນ້ອຍກວ່າຄັ້ງທີ່ຜ່ານໆມາ ແຕ່ຂ້ານ້ອຍກໍເຊື່ອວ່າ ນັ້ນເປັນການຕັດສິນໃຈຈາກໃຈຈິງຂອງພວກເຂົາ...ມີທັງໝົດ 18ຊີວິດດ້ວຍກັນ....Thanks God!!!
ທັງຫມົດນັ້ນກໍແມ່ນເລື່ອງລາວຕ່າງໆທີ່ເກີດຂຶ້ນພາຍໃນເດືອນກໍລະກົດທີ່ຜ່ານມາ ຫວັງແລະເຊື່ອວ່າ ປະເທດລາວຂອງພວກເຮົາ ຈະຢູ່ໃນຄຳອະທິຖານຂອງພີ່ນ້ອງຕະຫລອດໄປ. ຂອບພຣະຄຸນພຣະເຈົ້າ...
ພຣະເຈົ້າອວຍພຣະພອນ...
14 juin

ງານອົບຮົມຫນ່ວຍງານຕິດຕາມຜົນ

ວັນທີ 13 ເດືອນມິຖຸນາ, ພວກເຮົາໄ້ມີການຈັດງານອົບຮົມຫນ່ວຍງານຕິດຕາມຜົນສຳຫລັບຄົນຫນຸ່ມ ຄຣິສຕະຈັກນາຄຳ. ເຊິ່ງງານນີ້ ແມ່ນແນໃສ່ເສີມສ້າງຄົນຫນຸ່ມ ໃຫ້ມີຈິດໃຈກະຕືລົ້ນໃນການຮັບໃຊ້ໃນຫນ່ວຍງານຕິດຕາມຜົນລ້ຽງດູ. ເຊິ່ງໃນງານດັ່ງກ່າວ ທ່ານ ສຈ. ດຣ. ຄຳພອນ ກຸນທະປັນຍາ, ສິດຍາພິບານອາວຸໂສ ສູນລວມຄຣິສຕະຈັກຂ່າວປະເສີດ ແຫ່ງ ສປປ ລາວ, ເປັນຜູ້ແບ່ງປັນບົດຮຽນ ກ່ຽວກັບການສອນຫນ່ວຍ, ການຮັບໃຊ້ ແລະ ການດຳເນີນຊີວິດ ໃຫ້ຢູ່ໃນທາງຂອງອົງພຣະຜູ້ເປັນເຈົ້າ ໂດຍໃຫ້ພຣະວິນຍານບໍລິສຸດເຈົ້າ ເປັນພຣະຜູ້ຊ່ວຍເຮົາ ໃນທຸກດ້ານ. ເຊິ່ງນັ້ນກໍ່ໝາຍເຖິງການດຳເນີນຊີວິດ ຕາມມິຕິທີ 4. ງານນີ້ປະສົບຜົນສຳເລັດໄປໄດ້ອີກກ້າວໜຶ່ງແລ້ວ. ຂອບພຣະຄຸນອົງພຣະຜູ້ເປັນເຈົ້າ ທີ່ໄດ້ຊົງນຳໃນທຸກລາຍການ ຕະຫລອດທັງວັນນີ້.
 
ພຣະເຈົ້າອວຍພຣະພອນ....
12 juin

ຂຽນເປັນພາສາລາວໄດ້ແລ້ວ....

ບໍ່ຮູ້ສິຂຽນແນວໃດ... ແຕ່ກໍຂອບຄຸນພຣະເຈົ້າທີ່ໃຫ້ຄວາມສາມາດພິເສດ(ຢ່າງນ້ອຍກໍຄິດວ່າພິເສດແລ້ວລະ)ໃນການນຳໃຊ້ອິນເຕີເນັດ ເພື່ອນຳສະເຫນີວຽກງານຂອງຄຣິສຕຽນທີ່ຢູ່ໃນ ສປປ ລາວ, ໂດຍສະເພາະກໍແມ່ນຄົນຫນຸ່ມຂອງຄຣິສຕຈັກ ຂ່າວປະເສີດ ແຫ່ງ ສປປ ລາວ.
 
ຄວາມຈິງແລ້ວ ຂ້ານ້ອຍຢາກຂຽນບອກເລົ່າກ່ຽວກັບ ຄຣິສຕຽນມາດົນນານແລ້ວ, ເຊິ່ງໂດຍສະເພາະແລ້ວ ກໍແມ່ນໄວຫນຸ່ມພວກເຮົານີ້ເອງ... ແລະຂ້ານ້ອຍກໍດີໃຈ ທີ່ສາມາດຂຽນ/ບອກເລົ່າ ອອກມາເປັນພາສາລາວໄດ້ແລ້ວ, ເຊິ່ງກໍເຮັດໃຫ້ຂ້ານ້ອຍ ມີແຮງບັນດານໃຈເພີ່ມຂຶ້ນ ໃນການບອກກ່າວ, ເລົ່າເລື່ອງຕ່າງໆເພື່ອໜູນໃຈ ເປັນພາສາລາວ.
 
ຂ້ານ້ອຍຄິດວ່າ ອີກບໍ່ດົນ ຂ້ານ້ອຍຈະມີເວລາຫລາຍຂຶ້ນ ໃນການເລົ່າເລື່ອງກ່ຽວກັບຄົນຫນຸ່ມຫລາຍກວ່ານີ້. ຫວັງວ່າຊາວຄຣິສຕະຊົນທັງຫລາຍ ຈະຕິດຕາມຫນ້າເວັບນີ້ ຕໍ່ໄປ.
 
ຂໍພຣະເຈົ້າອວຍພອນ