วิรสิทธิ์ 的个人资料A Youth in Laos照片日志列表更多 工具 帮助

日志


8月11日

ຢາກເວົ້າວ່າເມື່ອຍ....ເດ້!!!!!!!

ຮູ້ສຶກວ່າ ນັບມື້ນັບມີວຽກຫລາຍຂຶ້ນ, ທີ່ຈິງແລ້ວ ຍັງບໍ່ຮູ້ເລີຍວ່າສິຂຽນບົດກ່ຽວກັບຫຍັງ ທັ້ງໆທີ່ເຮົາຫນ້າຈະຂຽນແລ້ວໆ ເພື່ອເອົາໄປໃຫ້ອາຈານກວດແກ້ ແຕ່ວ່າຕອນນີ້ກໍຍັງບໍທັນມີຮອດຫົວບົດເລີຍ ພຣະເຈົ້າເອີ້ຍ...ເປັນຫຍັງລູກຄືຂີ້ຄ້ານຫລາຍປານນີ້...เศร้า ເອົາລະ ເຮົາຈະຕ້ອງໄປເອົາຫົວບົດມາໃຫ້ໄດ້ໃນອາທິດຈະມານີ້.. ຕອນນີ້ຮູ້ສຶກວ່າ ໃນເດືອນນີ້ ເປັນເດືອນແຫ່ງພຣະພອນຫລາຍ...ເພາະວ່າມີງານຢູ່ຕະຫລອດ...ດຽວສິຈັດລາຍການລົງໄປໃຫ້ເບິ່ງເດີ້...
 
1. ໃນອາທິດນີ້ ຕັ້ງແຕ່ວັນທີ 11-15/08 ຈະມີອາສາສະໝັກຈາກຕ່າງປະເທດມາສອນພາສາອັງກິດໃຫ້...ຄິດວ່າຕົວເອງຫ່າງຈາກການຝຶກພາສາມາດົນແລ້ວ ກະເລີຍຕັ້ງໃຈສິໄປລຶ້ມຄືນກ່ອນ...ຕົວເອງກະຍັງໄດ້ຖືກຕັ້ງໃຫ້ເປັນຄະນະຫ້ອງອີກໃດ໋ຫັ້ນ 555 ຈັກສິໄດ້ດີປານໃດ... ແຕ່ຈັ່ງໃດໂຕເອງກະບໍ່ໄດ້ຢູ່ມື້ສຸດທ້າຍດອກ...ດຽວເບິ່ງລາຍການຕໍ່ໄປລະຈິ່ງສິຮູ້ ວ່າເປັນຫຍັງ...
 
2. ໃນວັນທີ 15-16/08 ນີ້ ກໍຈະມີງານຄ້າຍຫລານນ້ອຍອີກ. ທີ່ຈິງບອກໄດ້ເລີຍວ່າ ໂຕເອງບໍ່ໄດ້ເປັນຄູຫລານນ້ອຍດອກ...ແຕ່ວ່າຄູຜູ້ຊາຍບໍ່ມີ ເຂົາກໍເລີຍມາຫາໃຫ້ຊ່ວຍ, ບວກກັບໂຕເອງກະຄິດວ່າ “ຕອນນີ້ຍັງບໍ່ມີວຽກເຮັດເທື່ອ” ທັ້ງທີ່ຈິງ ວຽກມັນກະມີຫລາຍຫັ້ນແຫລະ, ຫາກບໍ່ຢາກເຮັດຊື່ໆ. ເວົ້າໄປເວົ້າມາກະບໍ່ມົ້ມເລື່ອງບົດຈົບຊັ້ນ 555. ງານຄັ້ງນີ້ກໍຄິດວ່າເປັນແຜນການຂອງພຣະເຈົ້າແນ່ນອນ ທີ່ໃຫ້ເຮົາມີສ່ວນ. ຄິດວ່າພຣະເຈົ້າຄືສິຢາກບອກຫຍັງຈັກຢ່າງໂດຍຜ່ານງານຄ້າຍຫລານນ້ອຍນີ້. ມື້ນີ້ກໍມີການແບ່ງວຽກ...ດີໃຈທີ່ໄດ້ມີໂອກາດຊ່ວຍງານຄັ້ງນີ້ນຳ....ຂໍພຣະເຈົ້າຊ່ວຍໃຫ້ເຮັດລ້ອນຫັ້ນແຫລະ ສິດເອີ້ຍ....!!!!
3. ຫນ້າເສີຍດາຍທີ່ ວັນທີ 15 ເປັນມື້ທີ່ມີງານຕຳກັນຫລາຍເອົາແທະໆ. ນອກຈາກຈະເປັນມື້ສຸດທ້າຍຂອງການຮຽນພາສາ ທີ່ໂຕເອງສິບໍ່ໄດ້ຢູ່ນຳ ເພາະຕ້ອງມາງານເປີດຄ້າຍໃນມື້ນັ້ນ...ໃນຕອນແລງຂອງມື້ດຽວກັນນີ້ເອງ...ກໍຍັງເປັນມື້ທີ່ໜ່ວຍງານກິລາຄົນໜຸ່ມຮ່ວມກັບໜ່ວຍງານນຳວິນຍານ ໄດ້ຈັດງານປະກາດກັບພວກນັກກິລາ ທີ່ເຄີຍຫລິ້ນກິລາຮ່ວມກັນໃນຄັ້ງຜ່ານໆມາ. ທີ່ຈິງໂຕເອງກະຢາກໄປຮ່ວມງານນີ້ຫລາຍ...............ຈົນພະຍາຍາມກ່ອມໃຫ້ປະທານຄົນໜຸ່ມເລື່ອນງານນີ້ອອກໄປ...ແຕ່ກະບໍ່ສຳເລັດ... ແຕ່ກໍຄິດວ່າບໍ່ເປັນຫຍັງດອກ ເພາະຕ້ອງຄິດວ່ານີ້ເປັນແຜນການຂອງພຣະເຈົ້າສຳລັບເຮົາເອງ. ເວົ້າມາແລ້ວກໍເສຍດາຍ...
4. ລືມບອກໄປອີກຢ່າງໜຶ່ງ, ໃນອາທິດນີ້ ກະຄື 11-16/08 ນີ້ແຫລະ, ໜ່ວຍງານກອງທຶນກໍໄດ້ຈັດກິດຈະກຳເພື່ອຫາລາຍໄດ້ສົມທົບທຶນເຂົ້າໃນການອົບຮົມຜູ້ນຳທົ່ວປະເທດຄັ້ງທຳອິດນີ້ອີກ. ຊຶ່ງອາທິດນີ້ກໍເປັນອາທິດທຳອິດທີ່ໄດ້ຈັດຂຶ້ນ ແລະ ກໍໄດ້ແບ່ງໜ່ວຍສາມັກຄີທຳອອກເປັນ 4ໜ່ວຍ, ເຊິ່ງໜ່ວຍ 1,3,5 ກໍເຂົ້າເປັນໜ່ວຍດຽວກັນ ແລະກໍເປັນຫນ່ວຍທຳອິດທີ່ເຮັດກິດຈະກຳດັ່ງກ່າວ. ແລະໂຕເອງກໍຈະຕ້ອງໄດ້ມີສ່ວນໃນງານນີ້ເຊັ່ນກັນ,ເພາະເປັນທີ່ປຶກສາຂອງໜ່ວຍ5. ມື້ອື່ນນີ້ກໍຈະຕ້ອງໄດ້ອອກຕະຫລາດໄປຊື້ເຄື່ອງກັບພີ່ນ້ອງແລ້ວ. ເວົ້າມາແລ້ວກະເມື່ອຍກ່ອນລະ 555.
 
ໂອ້ຍ...ພໍກ່ອນ ດຽວພີ່ນ້ອງອ່ານແລ້ວສິເມື່ອຍໄປນຳ ເອົາເປັນວ່າ ໃນອາທິດນີ້ ງານຊຸມ...5555ยิ้มแฉ่ง ຈັ່ງໃດຂ້ານ້ອຍກໍຍັງຕ້ອງການກຳລັງໃຈ ແລະຄຳອະຖານເພື່ອຈາກພີ່ນ້ອງຢູ່ເດີ້.... ມື້ນີ້ເມື່ອຍ ຢາກນອນແລ້ວໄວ້ມື້ຫນ້າຈະມາຂຽນຕື່ມໃນວຽກທີ່ຕ້ອງເຮັດໃນເດືອນ....ນີ້ໃຫ້ຟັງອີກ...
 
ໄປລະ ບ່າຍ....
ພຣະເຈົ້າອວຍພອນເດີ້....................
 
8月9日

ບໍ່ມີຫຍັງຫລາຍ ພຽງຢາກບອກວ່າ “ເດີນທາງປອດໄພເດີ້”

ກໍ ເປັນອີກມື້ໜຶ່ງ ທີໄດ້ໄປສະໜາມບິນ, ມີຄົນບອກວ່າ ງານລ້ຽງຕ້ອງມີມື້ເລີກລາ...ແລະການຈາກລາກໍເປັນເລື່ອງທຳມະດາ...ຫລາຍໆເທື່ອທີ່ຕົວເອງໄປສະໜາມບິນ ຈະຮູ້ສຶກດີໃຈຫລາຍກວ່າເສົ້າໃຈ...ເພາະຢ່າງນ້ອຍ ຄົນທີ່ເຮົາຕັ້ງໃຈຈະໄປຮັບ ຫລືວ່າຄົນທີ່ເຮົາຕັ້ງໃຈຊິໄປສົ່ງນັ້ນ ເຂົາກໍເດີນທາງມາດ້ວຍຄວາມປອດໄພ ແລະ ຈາກໄປໂດຍສະວັດດີພາບ... ແຕ່ເທື່ອນີ້ຢາກຕ່າງກ່ອນເກົ່າໜ້ອຍໜຶ່ງ, ເພາະວ່າ ຄົນທີ່ເຮົາສະໜິດຢູ່ຄົນໜຶ່ງ ຊຶ່ງກໍຢູ່ໃນທີມຕົ້ນສຽງຈະຈາກໄປຮັບໃຊ້ຢູ່ອີກທະວີບໜຶ່ງ...ລາວເປັນອ້າຍອີກຄົນໜຶ່ງທີ່ຄິດວ່າຕົນເອງສະໜິດຫລາຍຢູ່...ແຕ່ກໍດີແລ້ວທີ່ລາວໄດ້ມີໂອກາດອອກໄປເຜີຍແຜ່ການຮັບໃຊ້ຂອງຄຣິສຕຽນຢູ່ປະເທດລາວ. ອາກາດມື້ນີ້ກໍຊ່າງເປັນໃຈໃຫ້ຄິດຮອດ...ເພາະມັນບໍ່ມີແດດ ມີແຕ່ເຝື້ອ...ເວົ້າແລ້ວກໍຢາກໄຫ້...ແຕ່ກໍດີແລ້ວລະ....ໄວ້ເຮົາຄ່ອຍພົບກັນໃນຄຳອະທິຖານເດີ້....
 
ພຣະເຈົ້າອວຍພອນເດີ້
ຕັ້ງໃຈຮັບໃຊ້ພຣະເຈົ້າເດີ້...ສູ້ໆ