วิรสิทธิ์ 的个人资料A Youth in Laos照片日志列表更多 ![]() | 帮助 |
|
7月29日 ບອກເລົ່າເລື່ອງລາວ...ສະບາຍດີ ເພື່ອນໆທຸກໆຄົນທີ່ຕິດຕາມຂ່າວຄາວຂອງຄຣິສຕຽນໃນ ສປປ ລາວ.
ເຫລືອອີກບໍ່ເທົ່າໃດ ກໍຈະສິ້ນເດືອນກໍລະກົດແລ້ວ, ຫລາຍສິ່ງໄດ້ຜ່ານເຂົ້າມາ ມີທັງສິ່ງທີ່ເຮັດໃຫ້ເສີຍໃຈ ແລະ ສິ່ງທີ່ເຮັດໃຫ້ດີໃຈ. ເຖິງຢ່າງໃດກໍຕາມ ຂ້າພະເຈົ້າກໍຍັງຈະຮັກແລະສັນລະເສີນພຣະອົງຢູ່ສະເໝີໄປ.
ມື້ນີ້ກໍເລີຍຄິດວ່າ ຢາກເຂົ້າມາຂຽນສິ່ງໃດສິ່ງໜຶ່ງ ເພື່ອບອກເລື່ອງລາວໃຫ້ແກ່ພີ່ນ້ອງໄດ້ຮັບຮູ້...
ໜຶ່ງເດືອນທີ່ຜ່ານກໍເຊັ່ນເຄີຍ ບໍ່ມີຫຍັງປ່ຽນແປງສຳລັບການຂຽນບົດຈົບຊັ້ນ, ເປັນຍ້ອນຄວາມຂີ້ຄ້ານໄດ້ບົດບັງຄວາມດຸໝັ່ນຂອງຂ້ານ້ອຍໄປໝົດລະຕິເບາະ... ເຖິງຢ່າງໃດຂ້ານ້ອຍກໍຈະພະຍາຍາມໃຫ້ມັນແລ້ວ...ຂໍຝາກເປັນຄຳອະທິຖານໃຫ້ກັບບັນດາຜູ້ທີ່ອ່ານນີ້ດ້ວຍ.
ບັນດາໜ່ວຍງານຕ່າງໆຂອງຄົນຫນຸ່ມກໍເຄື່ອນໄຫວໄປໄດ້ດ້ວຍດີ ເພາະການຊົງນຳພາຂອງອົງພຣະວິນຍານບໍລິສຸດເຈົ້າ, ແຕ່ກໍຍັງມີບາງຫນ່ວຍງານ ຄື ຫນ່ວຍງານພຣະຄຳພີນີ້ເອງ(ໜ່ວຍງານຂອງຜູ້ກ່ຽວນີ້ເອງ) ເຊິ່ງຍັງບໍ່ໄປບໍ່ມາ...ເພາະຫົວຫນ້າຫນ່ວຍງານຕິດສະຫນິດກັບພຣະຄຳພີຫລາຍໂພດ... ກາງເດືອນທີ່ຜ່ານມາກໍໄດ້ມີການໄປສຳມະນາກ່ຽວກັບການນະມັດສະການຢູ່ທີ່ຈັງຫວັດຫນອງຄາຍ, ປະເທດໄທ. ທີ່ຈິງຕົວຂ້າພຣະເຈົ້າເອງບໍ່ໄດ້ຖືກເລືອກໄປກັບທີມດອກ ແຕ່ໄປກັບອາຈານໃຫຍ່ປະຈຳຄຣິສຕະຈັກ, ເວົ້າງ່າຍໆກະຄື "ຫລິ້ນເສັ້ນ" ຫັ້ນແຫລະ
ກັບມາຈາກງານຄັ້ງນີ້ ກໍມີກິດຈະກຳພິເສດ ຂອງໜ່ວຍງານນະມັດສະການ, ເຊິ່ງກໍສ້າງບັນຍາກາດໃນການນະມັດສະການຫລາຍ. ອາທິດນັ້ນເປັນອາທິດທີ່ຂໍບອກວ່າເມື່ອຍຫລາຍ...
ເລີ່ມອາທິດໃໝ່ຕໍ່ມາ ມີການສຳມະນາກ່ຽວກັບການເປັນຜູ້ນຳ ເຊິ່ງມີພີ່ນ້ອງເກົາຫລີ ທີ່ມາຈາກສະຫະລັດອາເມລິກາ, ສາມມື້ເຕັມໆກັບການອົບຮົມ...ເມື່ອຍຕາມເຄີຍ ແຕ່ກະມີຄວາມສຸກ ເພາະໄດ້ຮູ້ຈັກເພື່ອນໃໝ່ໆຫລາຍຂຶ້ນງ. ຟັງແລ້ວເປັນຈັ່ງໃດແນ່...
ຍັງບໍ່ຫມົດເລື່ອງຢາກເວົ້າ, ທ້າຍເດືອນທີ່ຜ່ານມາ ກໍຍັງມີພິທີບັບຕິສມາ ໃນວັນທີ 26/7 ເຖິງວ່າຈະມີຄົນທີ່ຕັດສິນໃຈຫນ້ອຍກວ່າຄັ້ງທີ່ຜ່ານໆມາ ແຕ່ຂ້ານ້ອຍກໍເຊື່ອວ່າ ນັ້ນເປັນການຕັດສິນໃຈຈາກໃຈຈິງຂອງພວກເຂົາ...ມີທັງໝົດ 18ຊີວິດດ້ວຍກັນ....Thanks God!!!
ທັງຫມົດນັ້ນກໍແມ່ນເລື່ອງລາວຕ່າງໆທີ່ເກີດຂຶ້ນພາຍໃນເດືອນກໍລະກົດທີ່ຜ່ານມາ ຫວັງແລະເຊື່ອວ່າ ປະເທດລາວຂອງພວກເຮົາ ຈະຢູ່ໃນຄຳອະທິຖານຂອງພີ່ນ້ອງຕະຫລອດໄປ. ຂອບພຣະຄຸນພຣະເຈົ້າ...
ພຣະເຈົ້າອວຍພຣະພອນ... |
|
|