วิรสิทธิ์ 的个人资料A Youth in Laos照片日志列表更多 ![]() | 帮助 |
|
6月20日 ບອກເລົ່າເລື່ອງລາວ....ສະບາຍດີ ໝູ່ເພື່ອນທຸກຄົນໃນອົງພຣະເຢຊູຄຣິດ!
ກໍເປັນອີກຄັ້ງຫນຶ່ງ ທີ່ຂ້ອຍໄດ້ມີໂອກາດ ຫລືເວົ້າໄດ້ວ່າ ມີເວລາພຽງພໍທີ່ຈະຂຽນຂໍ້ຄວາມຕ່າງໆເຫລົ່ານີ້ເພີ່ມຂຶ້ນ. ຂ້ອຍກໍບໍ່ມີເລື່ອງເລົ່າໃຫ້ຟັງຫລາຍພໍປານໃດດອກ ແຕ່ກໍຢາກຈະຂຽນບາງຢ່າງໄວ້ແນ່ ເພາະວ່າບໍ່ໄດ້ຂຽນມັນມາດົນແລ້ວ. ທີ່ຈິງ ຕອນນີ້ຂ້ອຍກໍໄດ້ເສັງຈົບຢູ່ມຊ ຫລາຍມື້ເຕີບແລ້ວ, ສະນັ້ນ ຂ້ອຍກໍເລີຍບໍ່ໄດ້ໄປໂຮງຮຽນໃນຕອນສວຍ. ຂ້ອຍກໍເລີຍມານັ່ງຫລິ້ນຢູ່ໂບດ ແລະ ໃຊ້ອິນເຕີເນັດຟຣີນຳ(555) ຂ້ອຍມັກຈະອ້າງວ່າຂ້ອຍມີວຽກຫລາຍ ຕົວຈິງແລ້ວ ຂ້ອຍກໍມີວຽກຫລາຍແທ້ ແຕ່ວ່າຂ້ອຍເປັນຄົນຂີ້ຄ້ານຫລາຍ ເຖິງຫລາຍທີ່ສຸດ. ເຖິງຢ່າງໃດກໍຕາມ ຂ້ອຍກໍຕ້ອງເຮັດວຽກທີ່ຮັບມາໃຫ້ມັນຫລ້ອນຫນ້າທີ່. ອີກບໍ່ດົນ ໂບດນາຄຳ ກໍຈະມີການນະມັດສະການ ເພີ່ມຂຶ້ນເປັນສອງຮອບແລ້ວ. ເຖິງມີນັ້ນ ມັນກະຄືສິມີສິ່ງໃຫ້ເຮັດຫລາຍຂຶ້ນ, ແຕ່ຂ້ອຍກໍຍັງລໍຄອຍມື້ນັ້ນຢູ່ດີ. 6月14日 ງານອົບຮົມຫນ່ວຍງານຕິດຕາມຜົນວັນທີ 13 ເດືອນມິຖຸນາ, ພວກເຮົາໄ້ມີການຈັດງານອົບຮົມຫນ່ວຍງານຕິດຕາມຜົນສຳຫລັບຄົນຫນຸ່ມ ຄຣິສຕະຈັກນາຄຳ. ເຊິ່ງງານນີ້ ແມ່ນແນໃສ່ເສີມສ້າງຄົນຫນຸ່ມ ໃຫ້ມີຈິດໃຈກະຕືລົ້ນໃນການຮັບໃຊ້ໃນຫນ່ວຍງານຕິດຕາມຜົນລ້ຽງດູ. ເຊິ່ງໃນງານດັ່ງກ່າວ ທ່ານ ສຈ. ດຣ. ຄຳພອນ ກຸນທະປັນຍາ, ສິດຍາພິບານອາວຸໂສ ສູນລວມຄຣິສຕະຈັກຂ່າວປະເສີດ ແຫ່ງ ສປປ ລາວ, ເປັນຜູ້ແບ່ງປັນບົດຮຽນ ກ່ຽວກັບການສອນຫນ່ວຍ, ການຮັບໃຊ້ ແລະ ການດຳເນີນຊີວິດ ໃຫ້ຢູ່ໃນທາງຂອງອົງພຣະຜູ້ເປັນເຈົ້າ ໂດຍໃຫ້ພຣະວິນຍານບໍລິສຸດເຈົ້າ ເປັນພຣະຜູ້ຊ່ວຍເຮົາ ໃນທຸກດ້ານ. ເຊິ່ງນັ້ນກໍ່ໝາຍເຖິງການດຳເນີນຊີວິດ ຕາມມິຕິທີ 4. ງານນີ້ປະສົບຜົນສຳເລັດໄປໄດ້ອີກກ້າວໜຶ່ງແລ້ວ. ຂອບພຣະຄຸນອົງພຣະຜູ້ເປັນເຈົ້າ ທີ່ໄດ້ຊົງນຳໃນທຸກລາຍການ ຕະຫລອດທັງວັນນີ້.
ພຣະເຈົ້າອວຍພຣະພອນ.... 6月12日 ຂຽນເປັນພາສາລາວໄດ້ແລ້ວ....ບໍ່ຮູ້ສິຂຽນແນວໃດ... ແຕ່ກໍຂອບຄຸນພຣະເຈົ້າທີ່ໃຫ້ຄວາມສາມາດພິເສດ(ຢ່າງນ້ອຍກໍຄິດວ່າພິເສດແລ້ວລະ)ໃນການນຳໃຊ້ອິນເຕີເນັດ ເພື່ອນຳສະເຫນີວຽກງານຂອງຄຣິສຕຽນທີ່ຢູ່ໃນ ສປປ ລາວ, ໂດຍສະເພາະກໍແມ່ນຄົນຫນຸ່ມຂອງຄຣິສຕຈັກ ຂ່າວປະເສີດ ແຫ່ງ ສປປ ລາວ.
ຄວາມຈິງແລ້ວ ຂ້ານ້ອຍຢາກຂຽນບອກເລົ່າກ່ຽວກັບ ຄຣິສຕຽນມາດົນນານແລ້ວ, ເຊິ່ງໂດຍສະເພາະແລ້ວ ກໍແມ່ນໄວຫນຸ່ມພວກເຮົານີ້ເອງ... ແລະຂ້ານ້ອຍກໍດີໃຈ ທີ່ສາມາດຂຽນ/ບອກເລົ່າ ອອກມາເປັນພາສາລາວໄດ້ແລ້ວ, ເຊິ່ງກໍເຮັດໃຫ້ຂ້ານ້ອຍ ມີແຮງບັນດານໃຈເພີ່ມຂຶ້ນ ໃນການບອກກ່າວ, ເລົ່າເລື່ອງຕ່າງໆເພື່ອໜູນໃຈ ເປັນພາສາລາວ.
ຂ້ານ້ອຍຄິດວ່າ ອີກບໍ່ດົນ ຂ້ານ້ອຍຈະມີເວລາຫລາຍຂຶ້ນ ໃນການເລົ່າເລື່ອງກ່ຽວກັບຄົນຫນຸ່ມຫລາຍກວ່ານີ້. ຫວັງວ່າຊາວຄຣິສຕະຊົນທັງຫລາຍ ຈະຕິດຕາມຫນ້າເວັບນີ້ ຕໍ່ໄປ.
ຂໍພຣະເຈົ້າອວຍພອນ |
|
|